
ກອງປະຊູມປຶກສາຫາລືດ້ານການຮ່ວມມືກັບໂຄງການບໍລິການສົ່ງເສີມຮອບດ້ານ
ເຄືອຂ່າຍຊາວກະສິກອນລາວໄດ້ເຮັດກອງປະຊູມປຶກສາຫາລືດ້ານການຮ່ວມມືກັບໂຄງການບໍລິການສົ່ງເສີມຮອບດ້ານ ຫລຶ LURAS ທີ່ກົມສົ່ງເສີມກະສິກຳ ແລະ ສະຫະກອນ ໃນວັນທີ 11 ພະຈິກ 2016 ໂດຍການເປັນປະທານໂດຍທ່ານສົມໄຊ ສີຊານົນ, ຮອງຫົວຫນ້າກົມສົ່ງເສິມກະສິກຳ ແລະ ສະຫະກອນ. ໃນກອງປະຊູມດັ່ງກ່າວມີຄະນະບໍລິຫານເຄືອຂ່າຍຊາວກະສິກອນລາວຄົບຄະນະ ພ້ອມທັງກອງເລຂາເຂົ້າຮ່ວມປຶກສາຫາລືນຳ. ທ່ານສົມໄຊ ສີໍຊານົນ ໄດ້ໃຫ້ທິດທາງໃນການຮ່ວມມື ໂດຍແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງຊາວກະສິກອນ ໂດຍໃຫ້ມີຈຸດສູມໃນການພັດທະນາບົນພື້ນຖານໃຫ້ມີຄວາມຫລາກຫລາຍໃນການຜະລິດ ແລະ ທຸລະກິດ ໂດຍໃຫ້ມີຄວາມສັດເຈນດ້ານບົດບາດຂອງເຄືອຂ່າຍ. Lao Farmer Network had a partnership planning workshop with LURAS project on 11 November 2016 at Department of Agricultural Extension and Cooperatives. The meeting was chaired by Mr. Somxay Sisanonh,…