
ກອງປະຊຸມປຶກສາຫາລືກ່ຽວກັບເຄືອຂ່າຍຊາວກະສິກອນແຂວງສາລາວັນ Provincial network of farmers in Saravane province discussed
ກູ່ມຊາວກະສິກອນ 10 ກຸ່ມຈາກແຂວງສາລາວັນພ້ອມດ້ວຍກະສິກຳແຂວງ ແລະ ເມືອງໄດ້ສົນທະນາກ່ຽວກັບຄວາມສຳຄັນຂອງການສ້າງເຄືອຂ່າຍຊາວກະສິກອນໃນແຂວງຕົນເອງ ໂດຍສະເພາະຜົນປະໂຫຍດໃນການປັບປຸງການຕະຫລາດ ເພາະວ່າເຄືອຂ່າຍຈະຊ່ວຍເພີ້ມອຳນາດການຕໍ່ລອງໃຫ້ແກ່ຊາວກະສິກອນຜູ້ຜະລິດຂະຫນາດນ້ອຍ.
ກອງປະຊູມປຶກສາຫາລືກ່ຽວກັບການຂະຫຍາຍເຄືອຂ່າຍຊາວກະສິກອນຂັ້ນແຂວງຂອງແຂວງສາລາວັນໄດ້ຖືກຈັດຂຶ້ນໃນວັນທີ 13 ຕຸລາ 2016 ໂດຍການເປັນປະທານຂອງທ່ານ ຄຳຜ່ານ ສີລວີ , ຮອງຫົວຫນ້າພະແນກກະສິກຳ ແລະ ປ່າໄມ້ ໂດຍມີຕາງຫນ້າກູ່ມຜະລິດທົ່ວແຂວງ, ຫົວຫນ້າ ແລະ ຄະນະກະສິກຳເມືອງ, ພະແນກອຸດສາຫະກຳ ແລະ ການຄ້າ, ກົມສົ່ງເສິມກະສິກຳ ແລະ ສະຫະກອນ ແລະ ເຄືອຂ່າຍຊາວກະສິກອນລາວ ລວມທັງຫມົດຈຳນວນ 52 ຄົນເຂົ້າຮ່ວມ (ຍິງ 12 ຄົນ) ໃນນັ້ນມີຊາວກະສິກອນຈຳນວນ 20 ຄົນ (ຍິງ 7 ຄົນ). ກອງປະຊຸມໄດ້ຖືກຈັດຂຶ້ນຮ່ວມກັນລະຫວ່າງເຄືອຂ່າຍຊາວກະສິກອນລາວ ແລະ ແຜນງານຄໍ້າປະກັນສະບຽງອາຫານ ໂພສະນາການ ແລະ ເຊື່ອມໂຍງການຕະຫລາດ.
ທ່ານສົມບູນ ສາຍບົວແກ້ວ, ປະທານເຄືືອຂ່າຍຊາວກະສິກອນລາວໄດ້ນຳສະເຫນີກ່ຽວກັບປະຫວັດຄວາມເປັນມາ ແລະ ການເຄື່ອນໄຫວຂອງເຄືອຂ່າຍໄລຍະຜ່ານມາ ພ້ອມທັງເຊື່ອເຊີນບັນດາກຸ່ມຊາວກະສິກອນໃຫ້ສະຫມັກເຂົ້າຮ່ວມເຄືອຂ່າຍເພື່ອຫັດແຫນ້ນຄວາມສາມັກຄີຂອງຊາວກະສິກອນ. ຜູ້ເຂົ້າຮ່ວມມີຄວາມສົນໃຈສູງໃນການເຂົ້າຮ່ວມ ແລະ ສ້າງເຄືອຂ່າຍຂອງຕົນເອງ ເພາະເຫັນໄດ້ເຖີງຜົນປະໂຫຍດຂອງການຮ່ວມມືລະຫວ່າງກູ່ມຕ່າງໆ.
10 farmer groups from Saravane province discussed on benefits of networking. They believe that the network will help to strengthening their position in price negotiation with traders.
A consultation workshop on farmer network in Saravane province was organized on 13 October 2016 at PAFO office of Saravane province. 52 people participated (12 women) including 20 farmers (7 women). Representative of Department of Agriculture Extension and Cooperative, provincial and district agriculture and forestry office and the Lao Farmer Network participated the event.
Mr. Somboun Saybouakeo, president of LFN encouraged farmer groups to join the network after presenting background and movement of the network in the past 3 years. Participants are very interested to join because they see the benefit of cooperation among farmer groups.