Posts Tagged “lfn”

ກອງປະຊູມປຶກສາຫາລືດ້ານການຮ່ວມມືກັບໂຄງການບໍລິການສົ່ງເສີມຮອບດ້ານ

ກອງປະຊູມປຶກສາຫາລືດ້ານການຮ່ວມມືກັບໂຄງການບໍລິການສົ່ງເສີມຮອບດ້ານ

ເຄືອຂ່າຍຊາວກະສິກອນລາວໄດ້ເຮັດກອງປະຊູມປຶກສາຫາລືດ້ານການຮ່ວມມືກັບໂຄງການບໍລິການສົ່ງເສີມຮອບດ້ານ ຫລຶ LURAS ທີ່ກົມສົ່ງເສີມກະສິກຳ ແລະ ສະຫະກອນ ໃນວັນທີ 11 ພະຈິກ 2016 ໂດຍການເປັນປະທານໂດຍທ່ານສົມໄຊ ສີຊານົນ, ຮອງຫົວຫນ້າກົມສົ່ງເສິມກະສິກຳ ແລະ ສະຫະກອນ. ໃນກອງປະຊູມດັ່ງກ່າວມີຄະນະບໍລິຫານເຄືອຂ່າຍຊາວກະສິກອນລາວຄົບຄະນະ ພ້ອມທັງກອງເລຂາເຂົ້າຮ່ວມປຶກສາຫາລືນຳ.

ທ່ານສົມໄຊ ສີໍຊານົນ ໄດ້ໃຫ້ທິດທາງໃນການຮ່ວມມື ໂດຍແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງຊາວກະສິກອນ ໂດຍໃຫ້ມີຈຸດສູມໃນການພັດທະນາບົນພື້ນຖານໃຫ້ມີຄວາມຫລາກຫລາຍໃນການຜະລິດ ແລະ ທຸລະກິດ ໂດຍໃຫ້ມີຄວາມສັດເຈນດ້ານບົດບາດຂອງເຄືອຂ່າຍ.

Lao Farmer Network had a partnership planning workshop with LURAS project on 11 November 2016 at Department of Agricultural Extension and Cooperatives. The meeting was chaired by Mr. Somxay Sisanonh, Deputy Director of DAEC. All members of LFN management committee and secretariat participated the meeting.

Mr. Somxay Sisanonh suggested that LURAS will support LFN in the area of FO strengthening. LURAS will continue to support that but with a clearer focus on development with a focus capacity building that will diversify LFN services with a strategic role that LFN could play.

img_5444 img_5446 img_5447

ກອງປະຊູມດ້ານສະຫະກອນກະສິກຳ ແລະ ໄວຫນູ່ມ EU-ASEAN dialogue on cooperative and youth

ກອງປະຊູມດ້ານສະຫະກອນກະສິກຳ ແລະ ໄວຫນູ່ມ EU-ASEAN dialogue on cooperative and youth

ກອງເລາຂາຂອງເຄືອຂ່າຍຊາວກະສິກອນລາວໄດ້ເຂົ້າຮ່ວມກອງປະຊຸມຫົວຂໍ້ການສະຫນັບສະຫນຸນຂອງ EU-ASEAN ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ສະຫະກອນກະສິກຳ ແລະ ດຶງດູດໄວຫນູ່ມໃນການຜະລິດກະສິກຳ ທີ່ມູນນິທິອາຊ້ຽນ ທີ່ນະຄອນຫລວງຈາກາຕ້າ, ປະເທດອິນໂດນີເຊຍ ໃນວັນທີ 7 ພະຈິກ ປີ 2016.

Lao Farmer Network Secretariat participated the round table discussion on improving social dialogue and program cooperation between EU-ASEAN farmer organization and civil society organization on strengthening agricultural cooperatives and attracting youth in agriculture at the ASEAN Foundation in Jakarta on 7th November 2016.

ກອງປະຊູມແມ່ນເປັນປະທານໂດຍຫົວຫນ້າສະຫະພາບເອີລົບດ້ານກະສິກຳ ແລະ ພັດທະນາຊົນນະບົດ, ທ່ານ Phil Hogan ແລະ ທ່ານ Francisco Fontan, ທູດປະຈຳອາຊ້ຽນ ໂດຍມີຕົວແທນການຈັດຕັ້ງຊາວກະສິກອນຈາກລາວ, ຫວຽດນາມ, ກຳບູເຈຍ, ອິນໂດນີເຊຍ ແລະ ຟິລິບປິນ ພ້ອມດ້ວຍຜູ້ແທນຈາກອົງການຈັດຕັ້ງສັງຄົມດ້ານກະສິກຳເຊັ່ນ: AFA, AsiaDHRRA, Agricord ແລະ CSA.

There are farmer network representation from Laos, Vietnam, Cambodia, Indonesia, Philippines together with agri-agencies like AFA, AsiaDHRRA, Agricord, CSA had dialogue with EU delegation led by H.E Phil Hogan,EU commissioner for agriculture and rural development and H.E Francisco Fontan, Ambassador to ASEAN.

ທ່ານ Phil Hogan ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງຊາວກະສິກອນຜູ້ຜະລິດຂະຫນາດນ້ອຍແບບຄອບຄົວ ໃນການຜະລິດສະບຽງອາຫານ, ພັດທະນາເສດຖະກິດ ແລະ ຫລຸດຜ່ອນບັນຫາດ້ານການປ່ຽນແປງສະພາບອາກາດ ໂດຍທ່ານໄດ້ສະແດງໃຫ້ເຫັນເຖີງນະໂຍບາຍຂອງສະຫະພາບອີລົບໃນການຊ່ວຍສະຫນັບສະຫນຸນເພື່ອໃຫ້ຊາວກະສິກອນເລົ່ານັ້ນສາມາດເຮັດຫນ້າທີ່ດັ່ງກ່າວໄປຄຽງຄູ່ກັບການປັບປຸງຊີວິດຄວາມເປັນຢູ່ຂອງເຂົາເຈົ້າໄດ້ເທົ່າທຽມກັບອາຊີບອື່ນໆ.

The commissioner highlight the important of family farming in global food security, economic development and climate change “We need to do everything we can to support farmer to make a good live in rural area” 

ເຄືອຂ່າຍຊາວກະສິກອນຍັງໄດ້ໂຄສະນາກ່ຽວກັບຜະລິດຕະພັນຂອງສະມາຊິກໂດຍສະເພາະແມ່ນກາເຟອິນຊີຂອງສະຫະກອນໃຈກາເຟອີກດ້ວຍ.

LFN also promoted organic coffee from Jice Coffee Cooperative, a member of the network.

img_5401

img_5404

ເຄືອຂ່າຍຊາວກະສິກອນແຂວງເຊກອງ

ເຄືອຂ່າຍຊາວກະສິກອນແຂວງເຊກອງ

img_0406

ເພື່ອເປັນການຂະຫຍາຍເຄືອຂ່າຍຊາວກະສິກອນໃຫ້ກວ້າງຂວາງ ແລະ ເຂັ້ມແຂງ, ເຄືອຂ່າຍຊາວກະສິກອນລາວ ໂດຍຮວມກັນກັບໂຄງການຄໍ້າປະກັນສະບຽງອາຫານ ໂພສະນາການ ແລະ ເຊື່ອມໂຍງການຕະຫລາດຈື່ງໄດ້ຮ່ວມກັນຈັດກອງປະຊຸມປຶກສາຫາລືການສ້າງເຄືອຂ່າຍຊາວກະສິກອນແຂວງເຊກອງຂື້ນໃນວັນທີ 11 ຕຸລາ 2016 ທີ່ຫ້ອງປະຊຸມສະພາ ແຂວງເຊກອງ ໂດຍການເປັນເຈົ້າພາບຂອງພະແນກກະສິກຳ ແລະ ປ່າໄມ້ແຂວງເຊກອງ. ກອງປະຊູມຄັ້ງນີ້ມີຜູ້ເຂົ້າຮ່ວມທັງຫມົດ 57 ຄົນ (ຍີງ 11 ຄົນ) ເຊິ່ງໃນນັ້ນມີຊາວກະສິກອນທັງຫມົດ 34 ຄົນ (ຍິງ 4 ຄົນ) ຈາກ 5 ເມືອງທົ່ວແຂວງ.

In order to strengthening and expand network of farmers in Laos, the Lao Farmer Network together with Southern Laos Food and Nutrition Security and Market Linkages Program (FNML) organized a meeting to discuss on importance of networking and ways forward on 11 October 2016 in Xekong province. 57 people participated the event (11 women) including 34 farmers (4 women) from 5 districts in the province.

img_0441 img_0446

ເລີ້ມແລ້ວ ການສຶກສາກ່ຽວກັບສະຫະກອນກະສິກຳໃນລາວ A study on agricultural cooperatives has been launched

ເລີ້ມແລ້ວ ການສຶກສາກ່ຽວກັບສະຫະກອນກະສິກຳໃນລາວ A study on agricultural cooperatives has been launched

ເຄືອຂ່າຍຊາວກະສິກອນລາວ ຮ່ວມກັບກົມສົ່ງເສີມກະສິກຳ ແລະ ສະຫະກອນໄດ້ເລີ້ມເກັບກຳຂໍ້ມູນເພື່ອສຶກສາບັນດາຕົວແບບສະຫະກອນໃນລາວ ເຊິ່ງໄດ້ສຳເລັດການເກັບກຳຂໍ້ມູນຊຸດທຳອິດໃນວັນທີ 28 ສິງຫາ ເຖີງ 5 ກັນຍາ 2016 ທີ່ແຂວງຈຳປາສັກ ແລະ ແຂວງວຽງຈັນ. ໃນນັ້ນສາມາດສຶກສາໄດ້ຕົວແບບຂອງສະຫະກອນກາເຟ ແລະ ເຂົ້າຈຳນວນຫນື່ງ. ການສຶກສາຈະສຳເລັດໃນເດືອນພະຈິກທີ່ຈະມາເຖິງນີ້.

Lao Farmer Network together with Department of Agricultural Extension and Cooperatives has started a study on cooperatives in Laos. The study began with documentation of different models of cooperatives from 28 August to 5 September 2016. 6 cases were documented including Coffee Production Cooperative (CPC), Jice Coffee Cooperative, 40 Km Coffee Cooperative, Rice Cooperative of Sayasomboun district, Champasack province and Ban Jeng rice cooperative in Vientiane province. The study will be completed by November 2016.

IMG_4920 IMG_4922 IMG_4924 IMG_4930 IMG_4939 IMG_4961ເລ