ກອງປະຊຸມສະຫລຸບປີ 2024 ແລະ ກຳນົດທິດທາງແຜນ...

AGREEN project progress Feb 2025

Integrated shade house

Next

ກອງປະຊຸມສະຫລຸບປີ 2024 ແລະ ກຳນົດທິດທາງແຜນການ 2025

#ຜົນສຳເລັດກອງປະຊຸມປະຈຳປີ 2024 ແລະ ຜ່ານທິດທາງແຜນການເຄື່ອນໄຫວປີ 2025 ຂອງສະມາ ຄົມຊາວກະສິກອນລາວ

ສະມາຄົມຊາວກະສິກອນລາວ (LFA) ໄດ້ຈັດກອງປະຊຸມປະຈຳປີຂອງຕົນຂຶ້ນໃນວັນທີ 11-12 ກຸມພາ 2025, ທີ່ຫ້ອງ ການ LFA, ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳມູນ ໄຊມະນີ ປະທານສະມາຄົມກະສິ ກອນລາວ; ທ່ານ ສຸວັນທອງ ນາມວົງ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ. ຊຶ່ງກິດຈະກຳດັ່ງກ່າວໄດ້ຮັບທຶນສະ ໜັບສະໜູນຈາກໂຄງການ AGREEN ແລະ ມີຜູ້ເຂົ້າຮ່ວມທັງໝົດ 50 ທ່ານ ລວມທັງສະມາຊິກອົງການຈັດຕັ້ງຊາວກະສິກອນ ແລະ ຄູ່ຮ່ວມງານຂອງລັດຖະບານ. ກອງປະຊຸມເພື່ອແນໃສ່ລາຍງານຄືນບັນດາຜົນງານທີ່ບັນລຸໄດ້ໃນປີ 2024, ປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວຂອງໂຄງການ ທີ່ຍັງຄົງຄ້າງຢູ່ພາຍໃນແຕ່ລະເຄືອຂ່າຍສິນຄ້າ (ComNET) ແລະ ວາງແຜນງານປີ 2025.

ທ່ານປະທານ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການລາຍງານຜົນງານປີ 2024 ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມໂດຍລວມຂອງບັນດາສະມາຊິກ ແລະ ພາກສ່ວນກ່ຽວຂ້ອງ ລວມທັງການພັດທະນາວຽກງານຂອງແຕ່ລະຕາໜ່າງຜະລິດ ຕະພັນ.

ໃນກອງປະຊຸມ, ໄດ້ຮັບຟັງການນຳສະເໜີຂໍ້ມູນທີ່ສຳຄັນ ເປັນຕົ້ນແມ່ນ: ການຂະຫຍາຍສະມາຊິກຂອງສະມາຄົມ ຊຶ່ງໃນປັດຈຸບັນນີ້ ໄດ້ 210 ອົງກອນ, ຄວາມສຳເລັດ ແລະ ການສືບຕໍ່ພັດທະນາແຜນທຸລະກິດກະສິກຳ 9 ແຜນ ແລະ ການປັບປຸງການຜະລິດ, ການປະກອບສ່ວນດ້ານນະໂຍບາຍທີ່ເປັນປະໂຫຍດຕໍ່ສະມາຊິກ ຂອງສະມາຄົມຊາວກະສິກອນລາວ.

ຜົນໄດ້ຮັບຂອງກອງປະຊຸມ ໄດ້ສະຫຼຸບແຜນວຽກບູລິມະສິດສຳຄັນສໍາລັບປີ 2025 ຂອງ 4 ຕາໜ່າງຜະລິດຕະພັນ ເຊັ່ນ: ເຂົ້າ, ຜັກ, ຊາ ແລະ ກາເຟ. ການມີສ່ວນຮ່ວມທາງດ້ານນະໂຍບາຍ ຈະເນັ້ນໃສ່ວຽກງານການເຂົ້າເຖິງແຫຼ່ງທຶນ, ການປັບປຸງຊ່ອງທາງການສື່ສານລະຫວ່າງສະມາຊິກ ແລະ ສະມາຄົມໃຫ້ຫຼາຍຂຶ້ນ, ປຶກສາຫາລືກ່ຽວກັບກອງທຶນໝູນວຽນຂອງສະມາຄົມ, ການປັບ ປຸງຄະນະຊີ້ນຳໄວຫນຸ່ມ ແລະ ກອງທຶນໝູນວຽນຂອງທຸລະກິດກະສິກໍາໄວຫນຸ່ມ ແລະ ການຮ່ວມມືຢ່າງຕໍ່ເນື່ອງໃນຂະແຫນງການທີ່ກ່ຽວຂ້ອງ, ການປັບປຸງວຽກງານການຈັດຕັ້ງ ແລະ ກອງທຶນຂອງສະມາຄົມ ແລະ ສົ່ງເສີມຄວາມຍືນຍົງຂອງສະມາຄົມ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບວຽກງານຂອງສະມາຄົມຊາວກະສິກອນລາວ ທ່ານສາມາດເຂົ້າໄປທີ່ເວັບໄຊທ໌: https://laofarmers.net/

ເຟສບຸກ: https://www.facebook.com/laofarmernetwork

#Successful of the Annual Meeting 2024 and Work Plan 2025 of Lao Farmer Association.

LFA Office, February 12, 2025

The Lao Farmer Association (LFA) successfully held its Annual Meeting on February 11-12, 2025, at the LFA office in Vientiane Capital. The event was funded by the AGREEN project and attended by 50 participants, including farmer organization members and government partners. The meeting aimed to review the achievements of 2024, discuss ongoing project activities within each Commodities Network (ComNET), and outline work plans for 2025.

The meeting commenced with an opening speech by Mr. Khammoun Xaymany, President of the Lao Farmer Association, and was co-chaired by Mr. Souvanhthong Namvong, Deputy director general of department of agricultural extension and cooperatives. The chairs highlighted the organization’s milestones and expressed appreciation for the collective efforts of all members and stakeholders. This was followed by presentations on key success 2024 of Commodities Network development and plan for 2025.

During the meeting, Mr. Phoutthasinh Phimmachanh, Director of LFA, delivered detailed presentations on the organization's progress. A major highlight of the discussions was the expansion of LFA’s membership to 210 organizations, success and ongoing of nine agribusiness plan developments and the improvement of production, as well as the support of policies that benefit to the members of the Lao Farmers Association.

The meeting concluded the key plans for 2025 for the four commodity networks: rice, vegetables, tea and coffee. Policy engagement will focus on access to finance, improving communication channels between members and the Association, discussing the Association's revolving fund, improving the Youth Governing Board and the Youth Agribusiness Revolving Fund, and continuing collaboration in relevant sectors, improving the Association's organization and funds, and promoting the sustainability of the Association.