ວິດີໂອຕົວຢ່າງນີ້ແມ່ນໄດ້ຜ່ານການຖອດຖອນບົດຮຽນຈາກໂຄງການກະສິກຳເພື່ອໂພສະນາການໄລຍະ2, ເຊິ່ງໄດ້ລົງຕິດຕາມກິດຈະກໍາທີ່ພົ້ນເດັ່ນເຊັ່ນ: ກຸ່ມລ້ຽງໝູ, ກຸ່ມລ້ຽງໄກ່, ຄອບຄົວຕົວແບບໃນການຜະລິດເຫັດ, ທຶນສວນຄົວ, ສອນບົດຮຽນຮຽນຮູ້ໂພສະນາການ, ສາທິດວິທີຕົ້ມເຂົ້າປຽກ ແລະ ອາຫານຈາກປ່າ. ເຊິ່ງໄດ້ມີການສຳພາດພາຍໃນຊຸມຊົນ ເຊັ່ນດຽວກັບການຖ່າຍພາບແລະວິດີໂອ.
ໂຄງການກະສິກຳເພື່ອໂພສະນາການໄລຍະ2 ແມ່ນໄດ້ຈັດຕັ້ງປະຕິບັດກວມລວມ 500 ບ້ານ ໃນ 20 ເມືອງ ເຊິ່ງປະກອບມີແຂວງຜົ້ງສາລີ, ອຸດົມໄຊ, ຊຽງຂວາງ, ສາລະວັນ, ເຊກອງ ແລະ ອັດຕະປື. ເລີ່ມຈາກປີ 2023 ເຖິງ ປີ 2030, ຈຸດປະສົງຫຼັກຂອງໂຄງການແມ່ນເພື່ອ:
- ເພື່ອຊ່ວຍຄົວເຮືອນ ທີ່ມີຄວາມຫຼໍ່ແຫຼມ ຢູ່ໃນເຂດພື້ນທີ່ໂຄງການ ຈຳນວນ 28.000 ຄົວເຮືອນ ໃຫ້ມີຊີວິດການເປັນຢູ່ທີ່ດີຂື້ນ
- ຊ່ວຍໃຫ້ຊາວບ້ານເປົ້າໝາຍ ໃຫ້ມີລາຍໄດ້ເພີ່ມຂື້ນຢ່າງໜ້ອຍ 20% (ທຽບໃສ່ລາຍໄດ້ກ່ອນຈັດຕັ້ງປະຕິບັດໂຄງການ)
- ຊ່ວຍໃຫ້ຊາວບ້ານເປົ້າໝາຍ ສາມາດຍົກລະດັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ
- ຊ່ວຍເສີມຂະຫຍາຍຄວາມພ້ອມ ໃນການຮັບມື ກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ ແລະ ເພີ່ມລາຍຮັບ ຂອງຄົວເຮືອນຂຶ້ນຕື່ມ ພາຍໃນປີ 2030.
ໃນສະເພາະຕົວເມືອງແບງ ຈຳນວນຄອບຄົວທີ່ໄດ້ຮັບຜົນປະໂຫຍດ: 3,163 ຄົວເຮືອນ, ປະຊາກອນ 17,049ຄົນ, ຍີງ 8,373ຄົນ.
ໃນລະຫວ່າງການຢ້ຽມຢາມພາກສະໜາມຂອງພວກເຮົາແມ່ນໄດ້ສໍາພາດສະມາຊິກໃນຊຸມຊົນດັ່ງກ່າວເຊິ່ງມີສາມທ່ານຄື: ນາງ ບົວພອນ (ກຸ່ມສວນຄົວ), ຜູ້ທີ່ໄດ້ຫັນປ່ຽນຈາກການກະສິກໍາແບບດັ້ງເດີມທີ່ມີຜົນຜະລິດຕໍ່າໄປສູ່ການຮັບປະກັນຜົນຜະລິດທີ່ຍືນຍົງຕະຫຼອດປີ; ທ້າວ ດວງຄຳ (ກຸ່ມລ້ຽງໄກ່), ຜູ້ທີ່ໄດ້ນໍາໃຊ້ຄອກໄກ່ທີ່ທັນສະໄໝ ແລະ ການຝຶກອົບຮົມການສັກຢາວັກຊີນເພື່ອປ້ອງກັັນພະຍາດສັດປີກ ແລະ ສ້າງລາຍໄດ້ໃໝ່ໃຫ້ຄົວເຮືອນ; ແລະ ທ້າວ ວາດ (ກຸ່ມຜະລິດເຫັດ), ເຊິ່ງຜົນຜະລິດຂອງລາວໄດ້ເພີ່ມຂຶ້ນ ແລະ ຄຸນນະພາບຊີວິດຂອງຄອບຄົວຂອງລາວໄດ້ດີຂຶ້ນຢ່າງແທ້ຈິງນັບຕັ້ງແຕ່ໂຄງການໄດ້ເຂົ້າມາ.
On behalf of the Lao Farmer Association (LFA), in cooperation with AsiaDHRRA for the CSO-led GAFSP project review, the team successfully completed a field visit of the AFN II project in Beng District, Oudomxay Province, from 9–11 February 2026.
This video teaser highlights the comprehensive review of the Agriculture for Nutrition Phase II (AFN II) project, which encompasses key interventions such as the pig-raising group, chicken-raising group, model family for mushroom production, home garden grants, Food and Nutrition Security (FNS) activities, rice porridge preparation, and wild food initiatives. Project progress was thoroughly assessed through community interviews, as well as extensive photo and video documentation.
The AFN II project is being implemented across 500 villages in 20 districts spanning the provinces of Phongsali, Oudomxay, Xiengkhouang, Salavan, Sekong and Attapeu. Running from 2023 to 2030, the project’s core objectives are to:
- Improve the livelihoods of 28,000 vulnerable households within the project areas.
- Increase the income of target villagers by at least 20% compared to pre-project levels.
- Strengthen food security and nutrition among target villagers.
- Build resilience to climate change and further increase household incomes by 2030.
In Baeng district alone, the project covers 25 target villages, benefiting 3,163 households and a total population of 17,049 people, of whom 8,373 are women.
During our field visit, we interviewed three community members: Ms. Bouaphone (Home Garden Group), who transitioned from low-yield traditional farming to farming sustainable; Mr. Douangkham (Chicken Raising Group), who utilized modern coops and vaccination training to eliminate poultry disease and generate new household income; and Mr. Vard (Mushroom Production Group), whose production has increased and his family’s quality of life has genuinely improved since the project arrived.