About Us

ສະມາຄົມຊາວກະສິກອນລາວ ຫລື ໃນເມື່ອກ່ອນໃນນາມເຄືອຂ່າຍຊາວກະສິກອນລາວແມ່ນອົງການຈັດຕັ້ງຂອງບັນດາການຈັດຕັ້ງຊາວກະສິກອນ ເຊີ່ງໃນປະຈຸບັນມີສະມາຊິກ 210 ກຸ່ມ ເຊີ່ງມີສະມາຊິກປະມານ 50,000 ຄົນ. ສະມາຄົມຖືກສ້າງຂຶ້ນໃນວັນທີ 20 ມັງກອນປີ 2014 ໂດຍຊາວກະສິກອນເອງ ຄຸ້ມຄອງໂດຍຊາວກະສິກອນເອງ ເພື່ອຜົນປະໂຫຍດຂອງສະມາຊິກ ໂດຍໄດ້ຮັບການຮັບຮູ້ ແລະ ສະຫນັບສະຫນຸນໂດຍກົມສົ່ງເສີມກະສິກຳ ແລະ ສະຫະກອນ, ກະຊວງກະສິກຳ ແລະ ປ່າໄມ້.

ສະມາຄົມມີຈຸດປະສົງໃນການສ້າງການຮ່ວມມືລະຫວ່າງອົງການຈັດຕັ້ງຊາວກະສິກອນຂະຫນາດນ້ອຍເພື່ອປັບປຸງລະບົບການຜະລິດໃຫ້ມີຄວາມເຂັ້ມແຂງມີປະສິດທິຜົນສູງ ສາມາດປັບໂຕຕໍ່ກັບການປ່ຽນແປງສະພາບອາກາດ ແລະ ເປັນມິດຕໍ່ສີ່ງແວດລ້ອມ; ເພື່ອສ້າງລາຍຮັບເພີ້ມຈາກການພັດທະນາການຜະລິດເປັນສີນຄ້າ ແລະ ເພື່ອປະກອບສ່ວນເຂົ້າໃນການປັບປຸງນະໂຍບາຍໃນທຸກຂັ້ນ.

Lao Farmer Association or Lao Farmer Network in the past was established on 20 January 2014 by the farmers, governed by the farmers and for the benefit of the farmers. At the present, LFA has 210 farmer organizations covering more than 50,000 farmers. The association is supported by Department of Agriculture Extension and Cooperative, Ministry of Agriculture and Forestry, Laos.

LFA aims to strengthening cooperation among small holder farmers  in order to improve their farming systems in the way that sustainable, productive, resilience and environmental friendly; to increase incomes through commercial agriculture; and to influence policies at all levels.