Posts Tagged “ກອງປະຊຸມຂັ້ນແຂວງ”

ກອງປະຊຸມປຶກສາຫາລືການສ້າງເຄືອຂ່າຍຊາວກະສິກອນແຂວງອັດຕະປື Consultation workshop on strengthening farmer network in Attapue province

ກອງປະຊຸມປຶກສາຫາລືການສ້າງເຄືອຂ່າຍຊາວກະສິກອນແຂວງອັດຕະປື Consultation workshop on strengthening farmer network in Attapue province

ເຄືອຂ່າຍຊາວກະສິກອນລາວຮ່ວມກັບແຜນງານຄໍ້າປະກັນສະບຽງອາຫານ, ໂພສະນາການ ແລະ ເຊື່ອມໂຍງການຕະຫລາດ ໂດຍການເປັນເຈົ້າພາບໂດຍພະແນກກະສິກຳ ແລະ ປ່າໄມ້ແຂວງອັດຕະປືໄດ້ຈັດກອງປະຊູມປຶກສາຫາລືການສ້າງເຄືອຂ່າຍຂັ້ນແຂວງຂື້ນທີ່ແຂວງອັດຕະປື ໃນວັນທີ 17 ສິງຫາ ປີ 2016. ກອງປະຊູມດັ່ງກ່າວມີຜູ້ເຂົ້າຮ່ວມ 75 ຄົນ (ຍິງ 22 ຄົນ). ໃນນັັ້ນເປັນປະທານຮ່ວມໂດຍທ່ານ ສະຫວັນ ຫານພົມ, ຮອງຫົວຫນ້າກົມແຜນການ ແລະ ການລົງທຶນ, ກະຊວງກະສິກຳ ແລະ ປ່າໄມ້, ທ່ານນາງ ວິໄລພອນ ວໍລະພິນ, ຫົວຫນ້າພະແນກກະສິກຳ ແລະ ປ່າໄມ້ແຂວງອັດຕະປື, ທ່ານ ວິຊຽນ ສະຫນາມໄຊ, ຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື, ມີຫົວຫນ້າຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ 5 ເມືອງທົ່ວແຂວງ, ມີຜູ້ແທນຈາກກົມສົ່ງເສິມກະສິກຳ ແລະ ສະຫະກອນ ແລະ ມີຜູ້ແທນກູ່ມຜະລິດຈາກ 5 ເມືອງຈຳນວນ 46 ຄົນ (ຍິງ 17 ຄົນ).

Lao Farmer Network (LFN) together with Southern Laos Food Security & Nutrition Security and Market Linkages Program (FNML) organized a workshop to consult on farmer network in Attapue province on 17th August 2016. The workshop was chaired by Deputy Director General of Department of Planning and Cooperation of Ministry of Agriculture and Forestry, Mr. Savanh Hanphom, Head of Provincial Agriculture and Forestry of Attapue province, Ms. Vilayphone Voraphinh and Head of Provincial Industry and Commerce, Mr. Visien Sanamsay. Al together 75 people participated (22 women) including 46 farmers (17 people) from all districts of the province. 

ກອງປະຊຸມໄດ້ຮັບຟັງການນຳສະເຫນີກ່ຽວກັບເຄືອຂ່າຍຊາວກະສິກອນລາວໂດຍທ່ານສົມບູນສາຍບົວແກ້ວ, ປະທານເຄືອຂ່າຍ ແລະ ທ່ານ ຄຳມູນ ໄຊມະນີ ຄະນະບໍລິຫານງານເຄືອຂ່າຍ ໂດຍໄດ້ກ່າວເຖີງປະຫວັດຄວາມເປັນມາ, ການຈັດຕັ້ງ ແລະ ການເຄື່ອນໄຫວຕັ້ງແຕ່ປີ 2015 ເປັນຕົ້ນມາ ໂດຍໄດ້ເນັ້ນໃຫ້ເຫັນເຖີງຜົນສຳເລັດດ້ານການຜະລິດ ແລະ ເຜີຍແຜ່ຂໍ້ມູນຂ່າວສານ, ການເຂົ້າຮ່ວມຂະບວນການດ້ານນະໂຍບາຍ, ການສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງໃຫ້ແກ່ສະມາຊິກ ແລະ ກິດຈະກຳຮຽນຮູ້ຕ່າງໆ.

On behalf of LFN, Mr. Somboun Saybouakeo, the president and Mr. Khammoune Saymany, management committee member presented about back ground, organization and activities of the network since 2015. The presentation focus on achievement of the network in the area of information sharing, learning, organizational strengthening and policy dialogue.

ຫລັງຈາກນັ້ນໄດ້ມີການແລກປ່ຽນຄຳຄິດເຫັນກ່ຽວກັບສີ່ງທີ່ຜູ້ເຂົ້າຮ່ວມຕ້ອງການຈາກເຄືອຂ່າຍ ແລະ ສີ່ງທີ່ສາມາດປະກອບສ່ວນໃຫ້ເຄືອຂ່າຍໄດ້ ໂດຍສ່ວນໃຫຍ່ສີ່ງທີ່ຊາວກະສິກອນໃນແຂວງອັດຕະປືຕ້ອງການຈາກເຄືອຂ່າຍຊາວກະສິກອນລາວປະກອບດ້ວຍເຕັກນິກການປູກການລ້ຽງ,ເັຕັກນິກການປຸງແຕ່ງ, ການຜະລິດທີ່ມີຄຸນນະພາບ, ວິທີການໃນການສ້າງຕັ້ງກຸ່ມ, ເຄື່ອງມືການຜະລິດ, ທຶນຮອນ, ການຕະຫລາດ ແລະ ໂອກາດໃນການຖອດຖອນບົດຮຽນຕ່າງໆ. ໃນຂະນະດຽວກັນສີ່ງທີ່ສາມາດປະກອບສ່ວນໃຫ້ແກ່ເຄືອຂ່າຍປະກອບດ້ວຍການເປັນສະມາຊິກເຄືອຂ່າຍ, ໃຫ້ການຮ່ວມມືດ້ານສະຫນອງຂໍ້ມູນຂ່າວສານ ແລະ ຜົນຜະລິດ.

Participants discussed on what they expect to gain from LFN and what they can contribute. In general, participants want LFN to help improving their technical production techniques, processing, value added, and marketing methods. Participants also want to have fund, and production equipment while participants can contribute information and cooperation. 

ຜູ້ເຂົ້າຮ່ວມຍັງໄດ້ຄົ້ນຄວ້າກ່ຽວກັບຜົນປະໂຫຍດຂອງການສ້າງເຄືອຂ່າຍຊາວກະສິກອນຂັ້ນແຂວງ. ທ້າຍສຸດໄດ້ມີການກຳນົດທິດທາງໃນການສືບຕໍ່ພັດທະນາເຄືອຂ່າຍຊາວກະສິກອນແຂວງອັດຕະປື ໂດຍໄດ້ກຳນົດໃຫ້ກະສິກຳເມືອງທາບທາມຄືນເອົາຕົວແທນກູ່ມຜະລິດທີ່ເຂັ້ມແຂງມາຮ່ວມຮ່າງກົດລະບຽບເຄືອຂ່າຍຂັ້ນແຂວງນຳກັນຕື່ມອີກ ເພື່ອກ້າວໄປສູ່ການຈັດຕັ້ງຄະນະປະສານງານເຄືອຂ່າຍໃນບາດກ້າວຕໍ່ໄປ.

Participants also discussed on benefit of networking in their province. At the end of the workshop, participants agree to continue development of the provincial farmer network. The chair high light the role of DAFO to approach representative of production group to come to a workshop to draft regulation of the network together for the near future.

Banner LFN3.jpg

IMG_4822

IMG_4829IMG_4827 IMG_4823 IMG_4828 IMG_4836

IMG_4832