ກອງເລາຂາຂອງເຄືອຂ່າຍຊາວກະສິກອນລາວໄດ້ເຂົ້າຮ່ວມກອງປະຊຸມຫົວຂໍ້ການສະຫນັບສະຫນຸນຂອງ EU-ASEAN ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ສະຫະກອນກະສິກຳ ແລະ ດຶງດູດໄວຫນູ່ມໃນການຜະລິດກະສິກຳ ທີ່ມູນນິທິອາຊ້ຽນ ທີ່ນະຄອນຫລວງຈາກາຕ້າ, ປະເທດອິນໂດນີເຊຍ ໃນວັນທີ 7 ພະຈິກ ປີ 2016.
Lao Farmer Network Secretariat participated the round table discussion on improving social dialogue and program cooperation between EU-ASEAN farmer organization and civil society organization on strengthening agricultural cooperatives and attracting youth in agriculture at the ASEAN Foundation in Jakarta on 7th November 2016.
ກອງປະຊູມແມ່ນເປັນປະທານໂດຍຫົວຫນ້າສະຫະພາບເອີລົບດ້ານກະສິກຳ ແລະ ພັດທະນາຊົນນະບົດ, ທ່ານ Phil Hogan ແລະ ທ່ານ Francisco Fontan, ທູດປະຈຳອາຊ້ຽນ ໂດຍມີຕົວແທນການຈັດຕັ້ງຊາວກະສິກອນຈາກລາວ, ຫວຽດນາມ, ກຳບູເຈຍ, ອິນໂດນີເຊຍ ແລະ ຟິລິບປິນ ພ້ອມດ້ວຍຜູ້ແທນຈາກອົງການຈັດຕັ້ງສັງຄົມດ້ານກະສິກຳເຊັ່ນ: AFA, AsiaDHRRA, Agricord ແລະ CSA.
There are farmer network representation from Laos, Vietnam, Cambodia, Indonesia, Philippines together with agri-agencies like AFA, AsiaDHRRA, Agricord, CSA had dialogue with EU delegation led by H.E Phil Hogan,EU commissioner for agriculture and rural development and H.E Francisco Fontan, Ambassador to ASEAN.
ທ່ານ Phil Hogan ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງຊາວກະສິກອນຜູ້ຜະລິດຂະຫນາດນ້ອຍແບບຄອບຄົວ ໃນການຜະລິດສະບຽງອາຫານ, ພັດທະນາເສດຖະກິດ ແລະ ຫລຸດຜ່ອນບັນຫາດ້ານການປ່ຽນແປງສະພາບອາກາດ ໂດຍທ່ານໄດ້ສະແດງໃຫ້ເຫັນເຖີງນະໂຍບາຍຂອງສະຫະພາບອີລົບໃນການຊ່ວຍສະຫນັບສະຫນຸນເພື່ອໃຫ້ຊາວກະສິກອນເລົ່ານັ້ນສາມາດເຮັດຫນ້າທີ່ດັ່ງກ່າວໄປຄຽງຄູ່ກັບການປັບປຸງຊີວິດຄວາມເປັນຢູ່ຂອງເຂົາເຈົ້າໄດ້ເທົ່າທຽມກັບອາຊີບອື່ນໆ.
The commissioner highlight the important of family farming in global food security, economic development and climate change “We need to do everything we can to support farmer to make a good live in rural area”
ເຄືອຂ່າຍຊາວກະສິກອນຍັງໄດ້ໂຄສະນາກ່ຽວກັບຜະລິດຕະພັນຂອງສະມາຊິກໂດຍສະເພາະແມ່ນກາເຟອິນຊີຂອງສະຫະກອນໃຈກາເຟອີກດ້ວຍ.
LFN also promoted organic coffee from Jice Coffee Cooperative, a member of the network.