Archive For The “News” Category

ຕ່າງໜ້າຈາກສະມາຄົມຊາວກະສິກອນລາວຮ່ວມກັບ AsiaDHRRA ໄດ້ລົງຕິດຕາມຜົນໄດ້ຮັບຂອງໂຄງການກະສິກຳເພື່ອໂພສະນາການໄລຍະ2 ທີ່ເມືອງແບງ ແຂວງອຸດົມໄຊ ໃນລະຫວ່າງວັນທີ 9 – 11 ກຸມພາ 2026.

ຕ່າງໜ້າຈາກສະມາຄົມຊາວກະສິກອນລາວຮ່ວມກັບ AsiaDHRRA ໄດ້ລົງຕິດຕາມຜົນໄດ້ຮັບຂອງໂຄງການກະສິກຳເພື່ອໂພສະນາການໄລຍະ2 ທີ່ເມືອງແບງ ແຂວງອຸດົມໄຊ ໃນລະຫວ່າງວັນທີ 9 – 11 ກຸມພາ 2026.

ວິດີໂອຕົວຢ່າງນີ້ແມ່ນໄດ້ຜ່ານການຖອດຖອນບົດຮຽນຈາກໂຄງການກະສິກຳເພື່ອໂພສະນາການໄລຍະ2, ເຊິ່ງໄດ້ລົງຕິດຕາມກິດຈະກໍາທີ່ພົ້ນເດັ່ນເຊັ່ນ: ກຸ່ມລ້ຽງໝູ, ກຸ່ມລ້ຽງໄກ່, ຄອບຄົວຕົວແບບໃນການຜະລິດເຫັດ, ທຶນສວນຄົວ, ສອນບົດຮຽນຮຽນຮູ້ໂພສະນາການ, ສາທິດວິທີຕົ້ມເຂົ້າປຽກ ແລະ ອາຫານຈາກປ່າ. ເຊິ່ງໄດ້ມີການສຳພາດພາຍໃນຊຸມຊົນ ເຊັ່ນດຽວກັບການຖ່າຍພາບແລະວິດີໂອ.

ໂຄງການກະສິກຳເພື່ອໂພສະນາການໄລຍະ2 ແມ່ນໄດ້ຈັດຕັ້ງປະຕິບັດກວມລວມ 500 ບ້ານ ໃນ 20 ເມືອງ ເຊິ່ງປະກອບມີແຂວງຜົ້ງສາລີ, ອຸດົມໄຊ, ຊຽງຂວາງ, ສາລະວັນ, ເຊກອງ ແລະ ອັດຕະປື. ເລີ່ມຈາກປີ 2023 ເຖິງ ປີ 2030, ຈຸດປະສົງຫຼັກຂອງໂຄງການແມ່ນເພື່ອ:

  • ເພື່ອຊ່ວຍຄົວເຮືອນ ທີ່ມີຄວາມຫຼໍ່ແຫຼມ ຢູ່ໃນເຂດພື້ນທີ່ໂຄງການ ຈຳນວນ 28.000 ຄົວເຮືອນ ໃຫ້ມີຊີວິດການເປັນຢູ່ທີ່ດີຂື້ນ
  • ຊ່ວຍໃຫ້ຊາວບ້ານເປົ້າໝາຍ ໃຫ້ມີລາຍໄດ້ເພີ່ມຂື້ນຢ່າງໜ້ອຍ 20% (ທຽບໃສ່ລາຍໄດ້ກ່ອນຈັດຕັ້ງປະຕິບັດໂຄງການ)
  • ຊ່ວຍໃຫ້ຊາວບ້ານເປົ້າໝາຍ ສາມາດຍົກລະດັບຄວາມໝັ້ນຄົງດ້ານສະບຽງອາຫານ  ແລະ ໂພຊະນາການ
  • ຊ່ວຍເສີມຂະຫຍາຍຄວາມພ້ອມ ໃນການຮັບມື ກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ ແລະ ເພີ່ມລາຍຮັບ ຂອງຄົວເຮືອນຂຶ້ນຕື່ມ ພາຍໃນປີ 2030.

ໃນສະເພາະຕົວເມືອງແບງ ຈຳນວນຄອບຄົວທີ່ໄດ້ຮັບຜົນປະໂຫຍດ: 3,163 ຄົວເຮືອນ, ປະຊາກອນ 17,049ຄົນ, ຍີງ 8,373ຄົນ.

ໃນລະຫວ່າງການຢ້ຽມຢາມພາກສະໜາມຂອງພວກເຮົາແມ່ນໄດ້ສໍາພາດສະມາຊິກໃນຊຸມຊົນດັ່ງກ່າວເຊິ່ງມີສາມທ່ານຄື: ນາງ ບົວພອນ (ກຸ່ມສວນຄົວ), ຜູ້ທີ່ໄດ້ຫັນປ່ຽນຈາກການກະສິກໍາແບບດັ້ງເດີມທີ່ມີຜົນຜະລິດຕໍ່າໄປສູ່ການຮັບປະກັນຜົນຜະລິດທີ່ຍືນຍົງຕະຫຼອດປີ; ທ້າວ ດວງຄຳ (ກຸ່ມລ້ຽງໄກ່), ຜູ້ທີ່ໄດ້ນໍາໃຊ້ຄອກໄກ່ທີ່ທັນສະໄໝ ແລະ ການຝຶກອົບຮົມການສັກຢາວັກຊີນເພື່ອປ້ອງກັັນພະຍາດສັດປີກ ແລະ ສ້າງລາຍໄດ້ໃໝ່ໃຫ້ຄົວເຮືອນ; ແລະ ທ້າວ ວາດ (ກຸ່ມຜະລິດເຫັດ), ເຊິ່ງຜົນຜະລິດຂອງລາວໄດ້ເພີ່ມຂຶ້ນ ແລະ ຄຸນນະພາບຊີວິດຂອງຄອບຄົວຂອງລາວໄດ້ດີຂຶ້ນຢ່າງແທ້ຈິງນັບຕັ້ງແຕ່ໂຄງການໄດ້ເຂົ້າມາ.

On behalf of the Lao Farmer Association (LFA), in cooperation with AsiaDHRRA for the CSO-led GAFSP project review, the team successfully completed a field visit of the AFN II project in Beng District, Oudomxay Province, from 9–11 February 2026.
This video teaser highlights the comprehensive review of the Agriculture for Nutrition Phase II (AFN II) project, which encompasses key interventions such as the pig-raising group, chicken-raising group, model family for mushroom production, home garden grants, Food and Nutrition Security (FNS) activities, rice porridge preparation, and wild food initiatives. Project progress was thoroughly assessed through community interviews, as well as extensive photo and video documentation.

The AFN II project is being implemented across 500 villages in 20 districts spanning the provinces of Phongsali, Oudomxay, Xiengkhouang, Salavan, Sekong and Attapeu. Running from 2023 to 2030, the project’s core objectives are to:

  • Improve the livelihoods of 28,000 vulnerable households within the project areas.
  • Increase the income of target villagers by at least 20% compared to pre-project levels.
  • Strengthen food security and nutrition among target villagers.
  • Build resilience to climate change and further increase household incomes by 2030.

In Baeng district alone, the project covers 25 target villages, benefiting 3,163 households and a total population of 17,049 people, of whom 8,373 are women.

During our field visit, we interviewed three community members: Ms. Bouaphone (Home Garden Group), who transitioned from low-yield traditional farming to farming sustainable; Mr. Douangkham (Chicken Raising Group), who utilized modern coops and vaccination training to eliminate poultry disease and generate new household income; and Mr. Vard (Mushroom Production Group), whose production has increased and his family’s quality of life has genuinely improved since the project arrived.

ພິທີ່ມອບທຶນໃຫ້ສະມາຊິກຂອງໂຄງການສົ່ງເສີມກະສິກໍາສີຂຽວ ທີ່ເມືອງຫຼາ ແຂວງອຸດົມໄຊ

ພິທີ່ມອບທຶນໃຫ້ສະມາຊິກຂອງໂຄງການສົ່ງເສີມກະສິກໍາສີຂຽວ ທີ່ເມືອງຫຼາ ແຂວງອຸດົມໄຊ

ສະມາຄົມຊາວກະສິກອນລາວ ມອບທຶນໝູນວຽນ 57,200 ໂດລາສະຫະລັດ ສະໜັບສະໜູນ ກຸ່ມຜູ້ຜະລິດ ທີ່ເມືອງຫຼາ ແຂວງອຸດົມໄຊ.

ໃນວັນທີ 30 ເດືອນມີຖຸນາ ທີ່ຜ່ານມານີ້ ຢູ່ທີຫ້ອງປະຊຸມ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼາ ແຂວງອຸດົມໄຊ ໄດ້ຈັດພິທີມອບ-ຮັບທຶນສະໜັບສະໜູນປັດໄຈການຜະລິດນິເວດກະສິກຳ ເພື່ອຍົກລະດັບການຜະລິດ ແລະ ສ້າງລາຍຮັບ ໃຫ້ແກ່ກຸ່ມຜະລິດຢູ່ເມືອງຫຼາ ພາຍໃຕ້ໂຄງການ “ສົ່ງເສີມກະສິກຳສີຂຽວ” ເປັນປະທານຮ່ວມໃນພິທີຄັ້ງນີ້ ມີ ທ່ານ ຫຸມແພງ ເພັດດາລາ ກຳມະການພັກເມືອງ, ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼາ, ມີທ່ານ ບຸນທັນ ເທບມະນີລາ ຄະນະສະມາຄົມຊາວກະສິກອນລາວ, ໃຫ້ກຽດເຂົ້າຮ່ວມພິທີໃນຄັ້ງນີ້ ມີທາ່ນ ນາງ ຈິນຕະນາພອນ ແກ້ວວິລະຈິດ ຫົວໜ້າໂຄງການສົ່ງເສີມກະສິກຳສີຂຽວ, ມີບັນດາພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ຄະນະທີມງານສະມາຄົມ, ມີຫົວໜ້າ, ຮອງຫົວໜ້າກຸ່ມຜະລິດ ລວມມີທັງໝົດ 13 ກຸ່ມ ຈາກ 13 ບ້ານຄື: ບ້ານປາງສົມ, ບ້ານພູແທ່ນ, ບ້ານປາງສະບັດ, ບ້ານລາງລີງ, ບ້ານຕະນອງປໍ, ຈາກແປຼະ, ບ້ານມົກລະຫາງ, ບ້ານຕະໂລະລົ່ມ, ບ້ານປາກປຸຍ, ຫ້ວຍໂຕ່ນ, ບ້ານຫ້ວຍຫຼາ, ບ້ານໂພນໄຊ ແລະ ບ້ານສາມັກຄິໄຊ.

ໃນພິທີດັ່ງກ່າວຄະນະປະທານກໍໄດ້ຜັດປ່ຽນກັນມີຄຳເຫັນກ່າວເປີດ ຈຸດປະສົງຂອງການມອບທຶນໃນຄັ້ງນີ້ ເປັນການສ້າງກົນໄກການເຂົ້າເຖິງແຫຼ່ງທຶນໃຫ້ຊາວກະສິກອນ ໃນການສົ່ງເສີມການຜະລິດແບບຍືນຍົງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກຂອງກຸ່ມ ກໍຄືຄອບຄົວຂອງຊາວກະສິກອນ ເພື່ອຄວາມໝັ້ນຄົງທາງດ້ານອາຫານ ທີ່ມີໂພຊະນາການ ແລະ ເປັນການສ້າງລາຍຮັບໃຫ້ແກ່ເຄືອຂາຍຊາວກະສິກອນໃນໄລຍະຍາວ. ເຊິ່ງໂຄງການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດໂດຍ ແມ່ນສະມາຄົມຊາວກະສິກອນລາວ ຮ່ວມກັບອົງການອາຫານໂລກ (WFP), ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ມີພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງເປັນຜູ້ປະສານງານ ແລະ ຕິດຕາມ, ຊຸກຍູ້. ໂດຍມີເປົ້າໝາຍ ເພື່ອຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ການຜະລິດກະສິກຳເປັນສິນຄ້າ, ການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກຂອງຊາວກະສິກອນ.

ຈາກນັ້ນ, ບັນດາກຸ່ມຜະລິດກະສິກຳກໍໄດ້ປະກອບບັນດາເອກະສານທຶນ ເພື່ອດຳເນີນແຜ່ນທຸລະກິດ ແລະ ຮັບຟັງກົດລະບຽບການຄຸ້ມຄອງທຶນ ແລະ ການນຳໃຊ້ທຶນເຂົ້າໃນແຜນດຳເນີນການຜະລິດເປັນສິນຄ້າ. ພ້ອມດຽວກັນນີ້ກໍໄດ້ເຊັ່ນບົດບັນທຶກມອບ-ຮັບທຶນໝູນວຽນສະໜັບສະໜູນ ທັງໝົດຈຳນວນ 57,200 ໂດລາສະຫະລັດ ຫຼື ເທົ່າກັບ 1,275,388,400 ກີບ ໃຫ້ແກ່ 13 ກຸ່ມຜະລິດໂດຍມີ 333 ຄອບຄົວທີ່ໄດ້ຮັບຜົນປະໂຫຍດ ເຊິ່ງກຸ່ມໜຶ່ງຈະໄດ້ຮັບທຶນໝູນວຽນ ຈຳນວນ 4,400 ໂດລາສະຫະລັດ ຫຼື ເທົ່າກັບ 98 ລ້ານ 1 ແສນກວ່າກີບ ໃນນີ້ມີກຸ່ມປູກພືດຜັກເປັນສິນຄ້າ, ກຸ່ມປູກກາເຟ, ກຸ່ມປູກຊາ, ກຸ່ມລ້ຽງເຜິ້ງ ແລະ ກຸ່ມລ້ຽງໄກ່ເປັນສິ້ນຄ້າ.

ໂຄງການສົ່ງເສີມກະສິກຳສີຂຽວນີ້ ໄດ້ຮັບການສະໜັບສະໜູນທຶນຈາກ ແຜນງານກະສິກຳ ແລະ ຄ້ຳປະກັນສະບຽງອາຫານໂລກ (Global Agriculture and Food Security Program: GAFSP) ໂດຍມີເປົ້າໝາຍສ້າງຄວາມເຂັ້ມແຂງໃຫ້ກຸ່ມຊາວກະສິກອນ, ປັບປຸງການຜະລິດ ແລະ ເພີ່ມໂອກາດໃນການເຂົ້າເຖິງແຫຼ່ງທຶນເພື່ອການຜະລິດ ທີ່ມີຄຸນນະພາບໃຫ້ສາມາດຕອບສະໜອງຄວາມຕ້ອງການຕະຫຼາດທັງພາຍໃນ ແລະ ຕ່າງປະເທດ.ທຶນສະໜັບສະໜູນດັ່ງກ່າວຈະນຳໄປບໍລິຫານເປັນກອງທຶນໝູນວຽນພາຍໃນກຸ່ມ ເພື່ອໃຫ້ສະມາຊິກນຳໃຊ້ເຂົ້າໃນການຈັດຊື້ປັດໄຈການຜະລິດ ເຊັ່ນ: ແນວພັນ, ອຸປະກອນ ແລະ ວັດຖຸດິບທີ່ຈຳເປັນ. ເມື່ອສະມາຊິກຊຳລະຄືນ ກອງທຶນຈະໝູນວຽນໄປຊ່ວຍສະມາຊິກຄົນອື່ນຕໍ່ໄປ ເພື່ອສ້າງຄວາມຍືນຍົງໃນການຜະລິດ, ເພີ່ມຜົນຜະລິດ, ສ້າງລາຍຮັບ ແລະ ເສີມສ້າງວິໄນດ້ານການເງິນໃຫ້ແກ່ສະມາຊິກໄດ້ຢ່າງໝັ້ນຄົງ.

Lao Farmers Association Provides USD 57,200 Revolving Fund to Strengthen Farmer Groups in La district, Oudomxay Province

La District, Oudomxay Province, 30 June 2026 – The Lao Farmers Association (LFA), in collaboration with the La District Agriculture and Environment Office, officially handed over agroecological revolving funds to 13 producer groups under the aGREEN Project, providing farmers with greater access to finance for sustainable agricultural production and stronger rural livelihoods.

The handover ceremony was co-chaired by Mr. Houmphaeng Phetdala, Head of the La District Agriculture and Environment Office, and Mr. Bounthan Thepmanila, Member of the Lao Farmers Association Committee, together with Ms. Chintanaphone Keovichith, aGREEN Project Manager. Representatives from 13 producer groups across 13 villages attended, including Ban Pangsom, Ban Phouthaen, Ban Pangsabat, Ban Langling, and others.

During the ceremony, speakers emphasized that the revolving fund is designed to help farmers access affordable production capital, expand environmentally friendly farming practices, strengthen producer organizations, and improve household food security and incomes. Rather than providing one-time grants, the aGREEN Project has established a farmer-managed financing mechanism that will continue generating benefits beyond the project’s lifetime. The revolving fund enables members to borrow capital, invest in production, and repay the loans so that other members can access the same opportunities. This approach strengthens producer organizations, promotes transparent financial management, and builds long-term financial resilience within rural communities.

Through the initiative, the project distributed USD 57,200 (1,275,388,400 Lao Kip) to 13 producer groups, each receiving USD 4,400, benefiting 333 farming households. Recipients include vegetable, coffee, and tea growers, beekeepers, and poultry raisers.

Implemented by the Lao Farmers Association under the aGREEN Project, with the World Food Programme (WFP) serving as the Supervising Entity and in close collaboration with the Department of Agricultural Extension and Cooperatives, the initiative is funded by the Global Agriculture and Food Security Program (GAFSP). The project aims to strengthen producer organizations, improve access to financial services, promote agroecological production, and build resilient livelihoods for smallholder farmers across Lao PDR.

The Lao Farmers Association extends its sincere appreciation to the Global Agriculture and Food Security Program (GAFSP) for its generous support in establishing this revolving fund mechanism.

Lao Youth Innovation Challenge

Lao Youth Innovation Challenge

ເປີດຮັບສະໝັກ: ການແຂ່ງຂັນນະວັດຕະກໍາໄວໜຸ່ມ ສປປ ລາວ ປະຈໍາປີ 2026

ຈັດໂດຍ ສະມາຄົມຊາວກະສິກອນລາວ, ສະໜັບສະໜຸນຈາກ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO)  ມີຄວາມຍິນດີປະກາດເປີດຮັບສະໝັກ ການແຂ່ງຂັນນະວັດຕະກໍາໄວໜຸ່ມ (Youth Innovation Challenge) ເຊິ່ງເປັນເວທີສຳລັບໄວໜຸ່ມລາວ ໃນການນຳສະເໜີແນວຄິດສ້າງສັນ ເພື່ອປ່ຽນແປງລະບົບກະເສດ-ສະບຽງອາຫານ ໃຫ້ມີຄວາມຍືນຍົງ ແລະ ປັບຕົວໄດ້ກັບການປ່ຽນແປງດິນຟ້າອາກາດ.

ການແຂ່ງຂັນປະກອບມີ 2 ປະເພດ:

1. ການແຂ່ງຂັນສ້າງແຜນທຸລະກິດ (Youth Start-Up Challenge) — ສຳລັບໄວໜຸ່ມອາຍຸ 18 ຫາ 30 ປີ ທີ່ມີແນວຄິດທຸລະກິດ ໂດຍຜະສົມຜະສານ ກະສິກຳທີ່ສາມາດປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ມໍລະດົກທາງກະສິກຳ. ຜູ້ສະໝັກຈະນຳສະເໜີແຜນທຸລະກິດ ພ້ອມຍຸດທະສາດດ້ານຕະຫຼາດ ແລະ ຄວາມຍືນຍົງ.

2. ການແຂ່ງຂັນຜະລິດສື່ສ້າງສັນ (Youth Multi-Media Competition) — ສຳລັບໄວໜຸ່ມອາຍຸ 18 ຫາ 25 ປີ ທີ່ມັກການຜະລິດສື່ ເຊັ່ນ ວິດີໂອ, ສື່ສັງຄົມອອນລາຍ, ພອດແຄສ ແລະ ການເລົ່າເລື່ອງດິຈິຕອລ ເພື່ອສົ່ງເສີມການມີສ່ວນຮ່ວມຂອງໄວໜຸ່ມ ໃນການກະເສດແບບຍືນຍົງ.

ລາງວັນ: ການແຂ່ງຂັນສ້າງແຜນທຸລະກິດ ຈະມີຜູ້ຊະນະ 5 ທ່ານ ໂດຍແຕ່ລະທ່ານຈະໄດ້ຮັບເງິນທຶນ 22 ລ້ານກີບ; ສ່ວນການແຂ່ງຂັນຜະລິດສື່ສ້າງສັນ ຈະມີຜູ້ຊະນະ 10 ທ່ານ ໂດຍແຕ່ລະທ່ານຈະໄດ້ຮັບເງິນທຶນ 11 ລ້ານກີບ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງຈະໄດ້ຮັບການຝຶກອົບຮົມ ແລະ ການໃຫ້ຄຳປຶກສາ ທັງກ່ອນ ແລະ ຫຼັງການແຂ່ງຂັນ.

ກຳນົດປິດຮັບສະໝັກ: ວັນທີ 22 ມິຖຸນາ 2026

ວິທີສະໝັກ: ສະໝັກອອນລາຍຜ່ານ https://forms.gle/BC5SwLqjT3q15mJJ6 ຫຼື ສະແກນ QR Code ໃນໂປສເຕີ.

ນີ້ແມ່ນໂອກາດສຳລັບໄວໜຸ່ມລາວ ໃນການເປັນສ່ວນໜຶ່ງຂອງການປ່ຽນແປງ ແລະ ສ້າງອະນາຄົດການກະເສດທີ່ຍືນຍົງສຳລັບປະເທດ.

Now Open: Youth Innovation Challenge in Lao PDR 2026

Organize by the Lao Farmer Association, Supported by The Food and Agriculture Organization of the United Nations (FAO), is pleased to announce the launch of the Youth Innovation Challenge — a platform for young people across Lao PDR to put forward creative ideas that transform the country’s agri-food systems toward sustainability and climate resilience.

The Challenge offers two parallel competitions:

1. Youth Start-Up Challenge — Open to youth aged 18 to 30 with business ideas that integrate Agriculture (Climate-Smart Agriculture, Agricultural Heritage etc), Climate and Environmental Action, and Food Systems Transformation. Applicants will submit business proposals outlining their innovation, market strategy, and sustainability plan.

2. Youth Multi-Media Competition — Open to youth aged 18 to 25 with a talent for storytelling. Participants will produce multimedia content — videos, social media campaigns, podcasts, and digital storytelling — that champions youth engagement in Agriculture (Climate-Smart Agriculture, Agricultural Heritage etc), Climate and Environmental Action, and Food Systems Transformation.

Awards: The Youth Start-Up Challenge will recognize 5 winners, each receiving 22 million Kip. The Youth Multi-Media Competition will recognize 10 winners, each receiving 11 million Kip. In addition, participants receive training and coaching both before and after the competition.

Application deadline: 22 June 2026

How to apply: Apply online at https://forms.gle/BC5SwLqjT3q15mJJ6 or scan the QR code on the poster.

This is an opportunity for Lao youth to be part of the change — and to help build a more sustainable agricultural future for the country.

Reflection workshops on home garden and multi-media peer learning activities under CLEAR project

Reflection workshops on home garden and multi-media peer learning activities under CLEAR project

Lao Farmer Association and CLICK organized reflection workshops on home garden and multi-media peer learning activities that conducted during 2025 in 232 villages of CLEAR project in 15 districts, 7 provinces of Laos. 7 workshops were organized on 6-7 Jan 2026 in Sekong, Saravane, Savannakhet, Xiengkhouang, Hoaphan, Oudomxay and Phongsaly. The workshop harvested outcomes of the activities, strength, challenges and lesson learns of the past activities aiming for improvement of 2026.

The events were captured by local medias as below:

Workshop in Oudomxay province: ຖອດຖອນບົດຮຽນ… – ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ | Facebook

Workshop in Savannakhet province: https://www.facebook.com/share/v/1CCGwQYf5U/?mibextid=wwXIfr

Workshop in Sekong province: https://www.facebook.com/reel/1212538064178137

Workshop in Hoaphan province

Workshop in Phongsaly

Workshop in Xiengkhouang province

Workshop in Saravane province:

Key findings of the workshops:

  1. Most of the crops (18 crops) were grown well. In Oudomxay province 1 farmers produced around 500 Kg of provided vegetable in 2025. The best crops in Oudomxay is long bean. Children under 6 month consumed more vegetable around 2 times than before.
  2. Over 1,500 videos produced in 2025 by the trained villagers. Most of the videos fall under food cooking and nutritious food. The videos shared at village meetings and social media which change behaviors and people watched.

Current active projects of LFA
LFA published 12 videos on local practices on agroecology

LFA published 12 videos on local practices on agroecology

With support from small grant project of ALiSEA, CLICK and Lao Farmer Association produced 12 videos documenting local practices of small holder farmers in Laos. Please enjoy the video via different channel including LFA’s Youtube: We share the videos on LFA’s Youtube:

https://www.youtube.com/watch?v=ElgK8QUDsGE&list=PLrol4uqI-TB2gEVRHB0o4nyt4fsX_fqZG

And also lao44.org: https://lao44.org/categories/162/%E0%BA%99%E0%BA%B4%E0%BB%80%E0%BA%A7%E0%BA%94%E0%BA%81%E0%BA%B0%E0%BA%AA%E0%BA%B4%E0%BA%81%E0%BA%B3-Agro-ecology

ກອງປະຊຸມສະຫລຸບປີ 2024 ແລະ ກຳນົດທິດທາງແຜນການ 2025

ກອງປະຊຸມສະຫລຸບປີ 2024 ແລະ ກຳນົດທິດທາງແຜນການ 2025

#ຜົນສຳເລັດກອງປະຊຸມປະຈຳປີ 2024 ແລະ ຜ່ານທິດທາງແຜນການເຄື່ອນໄຫວປີ 2025 ຂອງສະມາ ຄົມຊາວກະສິກອນລາວ

ສະມາຄົມຊາວກະສິກອນລາວ (LFA) ໄດ້ຈັດກອງປະຊຸມປະຈຳປີຂອງຕົນຂຶ້ນໃນວັນທີ 11-12 ກຸມພາ 2025, ທີ່ຫ້ອງ ການ LFA, ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳມູນ ໄຊມະນີ ປະທານສະມາຄົມກະສິ ກອນລາວ; ທ່ານ ສຸວັນທອງ ນາມວົງ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ. ຊຶ່ງກິດຈະກຳດັ່ງກ່າວໄດ້ຮັບທຶນສະ ໜັບສະໜູນຈາກໂຄງການ AGREEN ແລະ ມີຜູ້ເຂົ້າຮ່ວມທັງໝົດ 50 ທ່ານ ລວມທັງສະມາຊິກອົງການຈັດຕັ້ງຊາວກະສິກອນ ແລະ ຄູ່ຮ່ວມງານຂອງລັດຖະບານ. ກອງປະຊຸມເພື່ອແນໃສ່ລາຍງານຄືນບັນດາຜົນງານທີ່ບັນລຸໄດ້ໃນປີ 2024, ປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວຂອງໂຄງການ ທີ່ຍັງຄົງຄ້າງຢູ່ພາຍໃນແຕ່ລະເຄືອຂ່າຍສິນຄ້າ (ComNET) ແລະ ວາງແຜນງານປີ 2025.

ທ່ານປະທານ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການລາຍງານຜົນງານປີ 2024 ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມໂດຍລວມຂອງບັນດາສະມາຊິກ ແລະ ພາກສ່ວນກ່ຽວຂ້ອງ ລວມທັງການພັດທະນາວຽກງານຂອງແຕ່ລະຕາໜ່າງຜະລິດ ຕະພັນ.

ໃນກອງປະຊຸມ, ໄດ້ຮັບຟັງການນຳສະເໜີຂໍ້ມູນທີ່ສຳຄັນ ເປັນຕົ້ນແມ່ນ: ການຂະຫຍາຍສະມາຊິກຂອງສະມາຄົມ ຊຶ່ງໃນປັດຈຸບັນນີ້ ໄດ້ 210 ອົງກອນ, ຄວາມສຳເລັດ ແລະ ການສືບຕໍ່ພັດທະນາແຜນທຸລະກິດກະສິກຳ 9 ແຜນ ແລະ ການປັບປຸງການຜະລິດ, ການປະກອບສ່ວນດ້ານນະໂຍບາຍທີ່ເປັນປະໂຫຍດຕໍ່ສະມາຊິກ ຂອງສະມາຄົມຊາວກະສິກອນລາວ.

ຜົນໄດ້ຮັບຂອງກອງປະຊຸມ ໄດ້ສະຫຼຸບແຜນວຽກບູລິມະສິດສຳຄັນສໍາລັບປີ 2025 ຂອງ 4 ຕາໜ່າງຜະລິດຕະພັນ ເຊັ່ນ: ເຂົ້າ, ຜັກ, ຊາ ແລະ ກາເຟ. ການມີສ່ວນຮ່ວມທາງດ້ານນະໂຍບາຍ ຈະເນັ້ນໃສ່ວຽກງານການເຂົ້າເຖິງແຫຼ່ງທຶນ, ການປັບປຸງຊ່ອງທາງການສື່ສານລະຫວ່າງສະມາຊິກ ແລະ ສະມາຄົມໃຫ້ຫຼາຍຂຶ້ນ, ປຶກສາຫາລືກ່ຽວກັບກອງທຶນໝູນວຽນຂອງສະມາຄົມ, ການປັບ ປຸງຄະນະຊີ້ນຳໄວຫນຸ່ມ ແລະ ກອງທຶນໝູນວຽນຂອງທຸລະກິດກະສິກໍາໄວຫນຸ່ມ ແລະ ການຮ່ວມມືຢ່າງຕໍ່ເນື່ອງໃນຂະແຫນງການທີ່ກ່ຽວຂ້ອງ, ການປັບປຸງວຽກງານການຈັດຕັ້ງ ແລະ ກອງທຶນຂອງສະມາຄົມ ແລະ ສົ່ງເສີມຄວາມຍືນຍົງຂອງສະມາຄົມ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບວຽກງານຂອງສະມາຄົມຊາວກະສິກອນລາວ ທ່ານສາມາດເຂົ້າໄປທີ່ເວັບໄຊທ໌: https://laofarmers.net/

ເຟສບຸກ: https://www.facebook.com/laofarmernetwork

#Successful of the Annual Meeting 2024 and Work Plan 2025 of Lao Farmer Association.

LFA Office, February 12, 2025

The Lao Farmer Association (LFA) successfully held its Annual Meeting on February 11-12, 2025, at the LFA office in Vientiane Capital. The event was funded by the AGREEN project and attended by 50 participants, including farmer organization members and government partners. The meeting aimed to review the achievements of 2024, discuss ongoing project activities within each Commodities Network (ComNET), and outline work plans for 2025.

The meeting commenced with an opening speech by Mr. Khammoun Xaymany, President of the Lao Farmer Association, and was co-chaired by Mr. Souvanhthong Namvong, Deputy director general of department of agricultural extension and cooperatives. The chairs highlighted the organization’s milestones and expressed appreciation for the collective efforts of all members and stakeholders. This was followed by presentations on key success 2024 of Commodities Network development and plan for 2025.

During the meeting, Mr. Phoutthasinh Phimmachanh, Director of LFA, delivered detailed presentations on the organization’s progress. A major highlight of the discussions was the expansion of LFA’s membership to 210 organizations, success and ongoing of nine agribusiness plan developments and the improvement of production, as well as the support of policies that benefit to the members of the Lao Farmers Association.

The meeting concluded the key plans for 2025 for the four commodity networks: rice, vegetables, tea and coffee. Policy engagement will focus on access to finance, improving communication channels between members and the Association, discussing the Association’s revolving fund, improving the Youth Governing Board and the Youth Agribusiness Revolving Fund, and continuing collaboration in relevant sectors, improving the Association’s organization and funds, and promoting the sustainability of the Association.

AGREEN project progress Feb 2025

AGREEN project progress Feb 2025

AGREEN (Building Smallholder Farmers’ Resilience for Food, Nutrition, and Income Security in Lao PDR)

is a new project of LFA started in August 2024 with the aim to improve productivity and income of the target farmers by at least 20% by March 2028 for over 3800 households in 84 villages, 6 districts in Xiengkhouang, Hoaphan and Oudomxay provinces. In order to achieved the target, the project will

  1. Strengthening organization of the farmers
  2. Improve farming system and
  3. Support business development

Up to date the project was able to identify villages (target Farmer Organization); market assessment at provincial and district levels. The project is currently carry out assessment of capacity of the target FOs.

The project is funded by Global Agriculture and Food Security Program through World Food Program.

Integrated shade house

Integrated shade house

Lao Farmer Association together with International Water Management Institutes piloted a model on climate resilience system in Sanamxay district, Attapue province

What is it?

It is a shade house 7×10 m with lifted garden bed

While growing vegetable on the lifted beds, farmers can raise ducks underneath

The farmers shared that while vegetables grew faster, they can save water. In addition, waste from ducks can be used as compost and use of land is a lot more efficient.

LFA is making a video on this initiative. Stay Tune!

Agriculture Innovation Competition 2023 ປະກວດນະວັດຕະກຳກະສິກຳ 2023

Agriculture Innovation Competition 2023 ປະກວດນະວັດຕະກຳກະສິກຳ 2023

ຮັບສະຫມັກເຂົ້າແຂ່ງຂັນຮອດວັນທີ 31 ມີນາ 2023. ສະຫມັກໄດ້ທີ່ນີ້: The competition in now open till 31 March 2023. Please submit your expression of interest here: https://www.surveymonkey.com/r/lfninnovation